ສາລະໜ້າຮູ້


v   ຫຼວງນ້ຳທາມອບເງິນຊົດເຊີຍໃຫ້ຜູ່ຖືກຜົນກະທົບຈາກໂຄງການລົດໄຟ ລາວ-ຈີນ.

          ເມື່ອບໍ່ດົນມານີ້ແຂວງຫຼວງນ້ຳທາ ໄດ້ຈັດຳທີມອບ-ຮັບເງິນຊົດເຊີຍ ໃຫ້ແກ່ຜູ່ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົໄຟ ລາວ-ຈີນ ຈຳນວນ 4 ບ້ານຄື:ບ້ານ ເຕ່ນ,ບໍ່ປຽດ,ຕີນຕົກ ແລະ ບ້ານ ນາເຕີນ, ຈຳນວນ 138 ຄອບຄົວລວມມີມູນຄາຫຼາຍກວ່າ 77 ຕື້ກີບ, ເຊິ່ງຕ່າງໜ້າມອບໂດຍທ່ານ ທອງແດງ ສິດທິສົນ ຮອງເຈົ້າເມືອງ ເມືອງ ຫຼວງນ້ຳທາ.
   ຫົວໜ້າຫ້ອງການປະສານງານທາງລົດໄຟ າວ-ຈີນ ປະຈຳແຂວງ ຫຼວງນ້ຳທາ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ຫຼວງນ້ຳທາ ສະບັບ ເລກທີ 390/ ລົງວັນທີ່ 28 ມິຖຸນາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງໃຫ້ແກ່ຜູ່ທີ່ໄດ້ຮັບຜົກະທົບຈາກໂຄງກາກໍ່ສ້າງທາງລົດໄຟ ລາວ-ຈີນ ໄລຍະຜ່ານມາແຂວງ ຫຼວງນ້ຳທາ ງວດທີ່ 1 ແລະ ງວດທີ 2 ຄະນະກຳມະການໄກ່ເກ່ຍຂັ້ແຂວງ ໄດ້ສົມທົບກັບນະຄຸ້ມຄອງຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈັດອັນດັບບູລິມະສິດ ສິດທີ່ 1 ເພື່ອເປັນເອກະສານ ອ້າງອີງໃນການຈ່າຍເງິນຊົດເຊີຍໃຫ້ແກ່ປະຊາຊົນຜູ່ທີ່ໄດ້ຮັບຜົນກະທົບຢູ່ 4 ບ້ານດັ່ງກ່າວ ໂດຍໄດ້ການເບີກຈ່າຍເປັນ 2 ງວດ.




v   ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ແຕ່​ຊາຍ​ແດນ​ລາວ-ຈີນ

  ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ແຕ່​ຊາຍ​ແດນ​ລາວ-ຈີນ ທີ່​ຜ່ານ​ແຂວງ ອຸ​ດົມ​ໄຊ 126.6 ກິ​ໂລ​ແມັດ, ປະ​ກອບ​ມີ 3 ສັນ​ຍາ, 8 ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ, ມີ​ອຸ​ມົງ 32 ອຸ​ມົງ, ຄວາມ​ຍາວ​ລວມ 83,679.5 ແມັດ ສັງ​ລວມ​ແລ້ວ​ເຫັນ​ວ່າ​ວຽກ​ເຈາະ​ອຸ​ມົງ​ທັງ 3 ສັນ​ຍາ​ສາ​ມາດ​ປະ​ຕິ​ບັດ​ໄດ້ 79 ຈຸດ​ກໍ່​ສ້າງ(ປາກ​ອຸ​ມົງ​ທັງ​ໝົດ​ລວມ​ທັງ​ອຸ​ມົງ​ອ່ຽງ​ເຈາະ​ດ້ານ​ຂ້າງ)ຂອງ 25 ອຸ​ມົງ,ລວມ​ຄວາມ​ຍາວ​ທີ່​ສາ​ມາດ​ເຈາະ​ໄດ້​ທັງ​ໝົດ45,009 ແມັດ. ເທົ່າ​ກັບ 44.67 ຂອງ​ຄວາມ​ຍາວ​ທັງ​ໝົດ​ຂອງ​ຊ່ວງ​ທີ່​ຜ່ານ​ເຂດ​ແຂວງອຸ​ດົມ​ໄຊ.
       ໃນ​ຈຳ​ນວນ​ອຸ​ມົງ​ທີ່​ເຈາະ​ນັ​້ນ​ສາ​ມາດ​ເຈາະ​ສຳ​ເລັດ​ທະ​ລຸ​ແລ້ວ 3 ອຸ​ມົງຄື:
  1.   ອຸ​ມົງ​ນາ​ທົງ 1 (ບ້ານ ນາທົງ, ເມືອງ ນາໝໍ້) ຄວາມຍາວ 730 ແມັດ.
  2.    ອຸ​ມົງ​ກໍ່​ນ້ອຍ 3 (ບ້ານ ຫ້ວຍຍຳ, ເມືອງໄຊ) ຄວາມຍາວ 558 ແມັດ.
  3.      ອຸ​ມົງ​ນາ​ວອນ (ບ້ານ ທ້ຽວ, ເມືອງ ໄຊ) ຄວາມຍາວ 567 ແມັດ