ກິລາ


* ຢູ່ໃນບຸນກິນຈ່ຽງຂອງຊົນເຜົ່າມົ້ງເຮົາແຕ່ລະປີຈະມີການຈັດການແຂງຂັນກິລາ ແລະ ກິດຈະກຳປະເພດຕ່າງໆຂອງຊົນເຜົ່າມົ້ງທີ່ສຶບທອດກັນມາແຕ່ດົນນານເຊັ່ນ:

1. ແຂ່ງຂັນເປົ່າແຄນເທິງເ​ຊືອກ.
 ເປົ່າແຄນເທິງເ​ຊືອກແມ່ນກິລາປະເພດໜື່ງທີ່ສຶບທອດກັນມາແຕ່ດົນນານ ແລະ ຈັດການແຂ່ງຂັນໃນທຸກປີ ເຊິ່ງນັກກິລາແຕ່ລະຄົນຕ້ອງມີຊຸດເຄື່ອງນຸ່ງຂອງຊົນເຜົ່າມົ້ງ,ຕ້ອງມີແຄນທີ່ເຮັດດ້ວຍໄມ້ 






2. ແຂ່ງຂັນກິ​ລາຕີ​ໝາກ​ຂ່າງ,
    ກິລາຕີໝາກຂ່າງແມ່ນກິລາປະເພດໜື່ງ ເຊີ່ງນັກກິລາແຕ່ລະຄົນຕ້ອງມີລູກໝາກຂ່າງເປັນຂອງຕົນເອງ ການຕີໝາກຂ່າງແມ່ນຈະມີ:ປະເພດຄູ່,ດຽວ,ທີມ. ໄລຍະຫ່າງໃນການຕີມີ: 5ແມັດ,10ແມັດ,15ແມັດ...







3. ແຂ່ງຂັນກິ​ລາຍິງ​ນ້າ​ໄມ້ 
     ກິ​ລາຍິງ​ນ້າ​ໄມ້ແມ່ນກິລາອີກປະເພດໜື່ງທີ່ຈັດໃນງານບຸນກິນຈ່ຽງ ການຍິງນ້າໄມ້ແມ່ນສາມາດຍີງໄດ້ທັງຍິງທັງຊາຍ ການຍິງນ້າໄມ້ນີ້ແມ່ນແຂ່ງຂັນດ່ຽວຕໍ່ດ່ຽວ ໄລຍະໃນການຍິງແມ່ນ10ແມັດ, 15ແມັດ.....





4. ກິດ​ຈະ​ກຳຊົນ​ງົວ

    ເປັນກິດຈະກຳປະເພດໜື່ງທີ່ຈັດຂື້ນມາເພື່ອໃຫ້ມີຄວາມເບີກບານມ່ວນຊື່ນຕື່ນເຕັ້ນໃນເວລາຮັບຊົມ